ກອງປະຊຸມສໍາມະນາ ການສົ່ງເສີມກອງທຶນການຮ່ວມມື ອາຊຽນ-ຈີນ   ແລະ ການສ້າງເອກະສານໂຄງການຮ່ວມມື ອາຊຽນ-ຈີນ 

ກອງປະຊຸມສໍາມະນາ ການສົ່ງເສີມກອງທຶນການຮ່ວມມື ອາຊຽນ-ຈີນ   ແລະ ການສ້າງເອກະສານໂຄງການຮ່ວມມື ອາຊຽນ-ຈີນ 
ໃນວັນທີ 7-9 ພະຈິກ ນີ້, ກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍງານກອງທຶນຮ່ວມມືອາຊຽນ-ຈີນ ທີ່ມີສໍານັກງານຕັ້ງຢູ່ ຈາກາກຕາອິນໂດເນເຊຍ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບການສົ່ງເສີມກອງທຶນການຮ່ວມມືອາຊຽນ-ຈີນ ແລະ ການສ້າງເອກະສານໂຄງການຮ່ວມມື ອາຊຽນ-ຈີນ ທີ່ ແຂວງຫຼວງພະບາງ. ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີ ກະຊວງການຕ່າງປະເທດ,ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ທ່ານ Fu Fengshanອຸປະທູດຊົ່ວຄາວ ຂອງ ສໍານັກງານ ສປ ຈີນ  ປະຈໍາອາຊຽນ ທີ່ ຈາກາກຕາ ແລະ ທ່ານ Dameria Rimta Silangitຫົວໜ້າພະແນກຄຸ້ມຄອງໂຄງການ ແລະ ການຮ່ວມມືດ້ານແຜນການ, ກອງເລຂາອາຊຽນ. ກອງປະຊຸມສໍາມະນາຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 60 ທ່ານຈາກ 17 ກະຊວງ; ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ກ່ຽວກັບ ບົດບາດຂອງກອງທຶນຮ່ວມມື ອາຊຽນ-ຈີນ ໃຫ້ແກ່ພະນັກງານຈາກກະຊວງຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ໂດຍສະເພາະແມ່ນ ການສ້າງຄວາມເຂົ້າໃຈກ່ຽວກັບ ຮູບແບບ, ຂັ້ນຕອນ ແລະ ວິທີການ ຂອງການສ້າງບົດສະເໜີໂຄງການຮ່ວມມື ແລະບົດລາຍງານໂຄງການ ພາຍໃຕ້ກອງທຶນຮ່ວມມືອາຊຽນ-ຈີນ ໂດຍແນໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ເຂົ້າຮ່ວມໃນການຂຽນບົດສະເໜີໂຄງການຮ່ວມມືອາຊຽນ-ຈີນ ພາຍໃຕ້ກອງທຶນຮ່ວມມືດັ່ງກ່າວ. 
ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍ ກ່ຽວກັບ ການພົວພັນຮ່ວມມືອາຊຽນ-ຈີນ ໃນຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ລວມທັງ ການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ບັນຍາຍໂດຍຜູ້ຕາງໜ້າຈາກກົມອາຊຽນ, ກະຊວງການຕ່າງປະເທດ ແລະ ການບັນຍາຍກ່ຽວກັບພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະກຳມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ທີ່ຈາກາກຕາ ໃນຖານະທີ່ເປັນໜ່ວຍງານທີ່ຮັບຜິດຊອບການປະເມີນ ແລະ ຮັບຮອງບົດສະເໜີໂຄງການຮ່ວມມືອາຊຽນ-ຈີນ. 
(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ